Sabaidee Solar –ການລົງທືນພະລັງງານແສງຕາເວັນແມ່ນການລົງທຶນດ້ານການເງິນທີ່ດີທີ່ສຸດ
ປະຫຍັດຄ່າໄຟຟ້າສູງເຖິງ 100%
ໂດຍການນຳໃຊ້ພະລັງງານແສງຕາເວັນ, ນັກລົງທືນສາມາດປະຫຍັດໄຟຟ້າສູງເຖິງ 100% ແລະຂາຍໄຟຟ້າທີ່ເກີນໃຫ້ EDL ໃນລາຄາ 999 ກີບ / ກິໂລວັດ. ນອກຈາກປະຫຍັດຄ່າໄຟຟ້າແລ້ວ ຫລັງຄາໄດ້ຖືກປົກຄຸມດ້ວຍແຜ່ນພະລັງງານແສງຕາເວັນເພື່ອຊ່ວຍຫຼຸດຜ່ອນຄວາມຮ້ອນສຳລັບເຮືອນ, ເຂດຜະລິດ, ຫ້ອງການແລະຫຼຸດຜ່ອນການໃຊ້ພະລັງງານຂອງເຄື່ອງປັບອາກາດ.
ເພີ່ມມູນຄ່າແລະຄວາມງາມໃນໂຄງການ
ດ້ວຍການຕິດຕັ້ງລະບົບພະລັງງານແສງຕາເວັນ ທີ່ເປັນພະລັງງານສະອາດແລະເປັນມິດຕໍ່ສີ່ງແວດລ້ອມ, ເຮືອນຂອງທ່ານບໍ່ພຽງແຕ່ຈະມີລະດັບຫຼາຍຂື້ນເທົ່ານັ້ນ, ແຕ່ຍັງເຮັດໃຫ້ຄຸນຄ່າທາງເສດຖະກິດເພີ່ມຂື້ນນຳອີກ. ຖ້າທ່ານການສຶກສາຫຼາຍ ຈະສະແດງໃຫ້ເຫັນວ່າຊັບສິນທີ່ຕິດຕັ້ງດ້ວຍລະບົບພະລັງງານແສງຕາເວັນມີຄ່າຫຼາຍກ່ວາຕົ້ນທຶນຂອງການລົງທືນໃນເບື້ອງຕົ້ນ.
ລະບົບພະລັງງານແສງຕາເວັນທີ່ເຊື່ອມຕໍ່ກັບຕາຂ່າຍໄຟຟ້າໄດ້ຊ່ວຍປະຢັດຄ່າໃຊ້ຈ່າຍໃນການລົງທືນແລະມີອາຍຸການໃຊ້ງານຫຼາຍກວ່າ 30 ປີ
ລະບົບບໍ່ໃຊ້ Battery ດັ່ງນັ້ນຄອບຄົວແລະທຸລະກິດບໍ່ຈຳເປັນຕ້ອງໃຊ້ຈ່າຍໃນການລົງທືນຫຼາຍໃນການບຳລຸງຮັກສາແລະຮັກສາ Battery. ນອກຈາກນັ້ນ ເຄື່ອງວັດໄຟຟ້າສອງທາງເປັນທາງເລືອກທີ່ດີທີ່ສຸດໃນການລົງທືນໃນລະບົບພະລັງງານແສງຕາເວັນ. ລະບົບດັ່ງກ່າວມີອາຍຸການໃຊ້ງານຫຼາຍກ່ວາ 30 ປີ, ຊ່ວຍໃຫ້ມີຜົນປະໂຫຍດທາງດ້ານເສດຖະກິດແລະສິ່ງແວດລ້ອມໃນໄລຍະຍາວ.
ຮັບຜົນປະໂຫຍດຈາກນະໂຍບາຍການຊື້ໄຟຟ້າຂອງລັດຖະບານ 20 ປີ
ຖ້າປະລິມານການຜະລິດພະລັງງານແສງຕາເວັນຫຼາຍກ່ວາການໃຊ້ໄຟຟ້າຂອງຄອບຄົວແລະທຸລະກິດໃນຊ່ວງກາງເວັນ, ກະແສໄຟຟ້າທີ່ເກີນຈະຖືກບັນທຶກດ້ວຍມິດເຕີໄຟຟ້າສອງທາງ. ປະລິມານໄຟຟ້າທີ່ເກີນຈະຖືກຊື້ໄຟຟ້າໃນລາຄາ 999 ກີບ / ກິໂລວັດ
ຖ້າມີຄວາມຕ້ອງການຂາຍໄຟຟ້າ ຄອບຄົວແລະອົງການຈັດຕັ້ງສາມາດຕິດຕັ້ງລະບົບທີ່ມີຄວາມສາມາດຫຼາຍກວ່າເກົ່າແລະໄດ້ຮັບຜົນປະໂຫຍດຈາກພະລັງງານແສງຕາເວັນດັ່ງຕໍ່ໄປນີ້:
ຂະໜາດຂອງລະບົບ | 10 kW | 20 kW | 50 kW | 100 kW | 150 kW | 200 kW |
ການຜະລິດພະລັງງານ/ເດຶອນ | 1200 kWh | 2400 kWh | 6000 kWh | 12000 kWh | 18000 kWh | 24000 kWh |
ຫຼຸດຜ່ອນການປ່ອຍອາຍ CO2/ເດຶອນ | 793 kg | 1587 kg | 3967 kg | 7934 kg | 11902 kg | 15869 kg |
ເທົ່າກັບການປູກຕົ້ນໄມ້ | 35 | 70 | 175 | 350 | 524 | 699 |